ຂໍ້ມູນກ່ຽວກັບເຮົາ

ທາງເຮົາໄດ້ມີການຜະລິດຜັກອົບແຫ້ງ, ໝາກໄມ້ອົບແຫ້ງ ແລະ ຊາ ໂດຍໃຊ້ເຕັກໂນໂລຢີການອົບແຫ້ງດ້ວຍລົມຮ້ອນ (Hot Air Drying Technology) ແລະ ເຕັກໂນໂລຢີການອົບແຫ້ງແບບແຊ່ແຂງ (Freeze Drying Technology)

ບໍລິສັດ ເຟີສທ໌ຟູດ ຈຳກັດຜູ້ດຽວ ກໍ່ຕັ້ງເມື່ອເດືອນກຸມພາ ພສ2556 ທາງເຮົາໄດ້ມີການຜະລິດຜັກອົບແຫ້ງ, ໝາກໄມ້ອົບແຫ້ງ ແລະ ຊາ ໂດຍໃຊ້ເຕັກໂນໂລຢີການອົບແຫ້ງ ດ້ວຍລົມຮ້ອນ (Hot Air Drying Technology) ແລະ ເຕັກໂນໂລຢີການອົບແຫ້ງແບບແຊ່ແຂງ (Freeze Drying Technology)

ເຮົາໃຊ້ພື້ນທີ່ກວ່າໜຶ່ງຮ້ອຍໄຮ່ ເພື່ອປູກຜັກຫຼາຍກວ່າ 20 ຊະນິດ ແລະ ປູກຊາອຸຫຼົງອີກຫຼາຍຊະນິດ ດ້ວຍທີມງານທີ່ມີຄຸນນະພາບ ເຊິ່ງປະກອບດ້ວຍຝ່າຍຕ່າງໆດັ່ງນີ້ : ຝ່າຍປູກ -ຝ່າຍເກັບກ່ຽວ -ຝ່າຍກຽມວັດຖຸດິບ -ຝ່າຍຜະລິດ -ຝ່າຍຄວບຄຸມຄຸນນະພາບ -ຝ່າຍວິຊາການເຕັກນິກ ແລະ ທີມປະສານງານທີ່ມີປະສິດຕິພາບສູງ

ເຮົາພູມໃຈໃນຂະບວນການເຮັດວຽກ ພາຍໃຕ້ວັດທະນະທຳລາວ ທີ່ປະສົມປະສານຢ່າງລົງຕົວ ກັບສິ່ງແວດລ້ອມທີ່ເປັນມິດ ແລະ ຫວັງຢ່າງຍິ່ງວ່າ ບໍລິສັດ ຂອງເຮົາຈະມີສ່ວນຮ່ວມ ແລະ ເປັນສ່ວນໜຶ່ງ ໃນການພັດທະນາສັງຄົມໃຫ້ດີຍິ່ງຂື້ນໄປ.

ສິ່ງທີ່ເຮົາຜະລິດ

  • ທັງໝົດເຮັດຈາກວັດຖຸດິບທຳມະຊາດ/ ຜັກອົບແຫ້ງ/ ໝາກໄມ້ອົບແຫ້ງ/ ຊາ
  • ມີການຄວບຄຸມຄຸນນະພາບທີ່ເຂັ້ມງວດ ຕາມມາດຕະຖານ ISO 22000
  • ສອດຄ່ອງກັບມາດຕະຖານ ການປະຕິບັດວຽກງານທາງ ດ້ານກວດຈຸລີນຊີແບບສາກົນ
  • ເປັນຜະລິດຕະພັນທີ່ເໝາະສົມສຳລັບ ໝີ່ສຳເລັດຮູບ ແລະ ຊຸບສຳເລັດຮູບ

ວິທີເຮັດວຽກຂອງເຮົາ

  • ສົ່ງເສີມການພັດທະນາສຸຂະພາບ ທີ່ມີຄຸນນະພາບ
  • ສົ່ງເສີມປະສິດທິພາບທີ່ຜ່ານການຄຸ້ມຄອງ
  • ຮັບປະກັນແລະຕອບສະໜອງ ຜະລິດຕະພັນ ຕາມຄວາມຕ້ອງການຂອງລູກຄ້າ

ຟາມຂອງເຮົາ

ໂຮງງານຂອງເຮົາ